Apr 5, 2009

ການໃຊ້ FontForge ເພື່ອສ້າງ ແລະ ດັດແກ້ ຟອນຕ໌ ຂອງ ແອນດຣອຍດ໌ Android SDK

ເພື່ອເພີ່ມ ຟອນຕ໌ ໂຕອັກສອນ ພາສາລາວ ໃສ່ເຂົ້າໄປໃນ ຟອນຕ໌ ຕະກູນ Droid Fonts ຂອງ ແອນດຣອຍດ໌ SDK ທີ່ຍັງບໍ່ມີ ແລະ ສາມາດ ສະແດງ ໂຕອັກສອນ ພາສາລາວ

1. ຕິດຕັ້ງ ຊອຟຕ໌ແວຣ໌ FontForge ໃນ Fedora

http://fontforge.sourceforge.net/

[root@localhost ~]# yum install fontforge



2. ໃຊ້FontForge ເປີດ ຟອນຕ໌ ຕະກູນ Droid Fonts ຂອງ ແອນດຣອຍດ໌ SDK ເຊັ່ນ DroidSans.ttf ໃນ /android-sdk-linux_x86-1.1_r1/tools/lib/fonts/default ແລະ ເປີດ ຟອນຕ໌ ທີ່ມີໂຕອັກສອນ ພາສາລາວ ເຊັ່ນ DejaVuSans.ttf ທີ່ສາມາດ ດາວໂຫລດ ໄດ້ຈາກ http://dejavu-fonts.org/ ຫລື ໃຊ້ ຟອນຕ໌ Phetsarath True Type Font ທີ່ມີ ໃນ /usr/share/fonts/truetype/ttf-lao/Phetsarath_OT.ttf ຂອງ Ubuntu 8.10 Desktop





3. ຈາກນັ້ນ ກໍ່ເລືອກເອົາຕໍາແຫນ່ງ ຂອງ ພາສາລາວ, ແລ້ວກໍ່ສໍາເນົາ (copy) ເອົາ ໂຕອັກສອນ ພາສາລາວ ຈາກ ຟອນຕ໌ DejaVuSans.ttf ແລະ ວາງລົງໃສ່ (paste) ຟອນຕ໌ DroidSans.ttf









* ນອກນັ້ນ, FontForge ຍັງສາມາດ ລວມ (merge) ເອົາ 2 ຟອນຕ໌, ແຕ່ອາດມີການຂຽນທັບກັນ ເມື່ອທັງ 2 ຟອນຕ໌ ມີຕົວອັກສອນ ໃນຕໍາແຫນ່ງ ດຽວກັນ.



ຫມາດເຫດ: ທຸກ ຟອນຕ໌ ແມ່ນຖືກສະຫງວນລິຂະສິດ ແລະ ເປັນລິຂະສິດ ຂອງຜູ້ສ້າງ Droid Fonts ແລະ DejaVu Fonts.

No comments: